LAOS
Chrysotile ລາວ ໄດ້ແສດງຄວາມຕັ້ງໃຈໃນການໃຫ້ຂໍ້ມູນຢ່າງຄົບຖ້ວນກ່ຽວກັບການໃຊ້ງານໄຄໂຊໄທຢ່າງມີຄວາມຮັບຜິດຊອບ.
ເຈົ້າຮູ້ບໍ?
ການສຶກສາທາງວິທະຍາສາດທີ່ໄດ້ດຳເນີນໃນປະເທດໄທ ຊີ້ໃຫ້ເຫັນວ່າ ການໃຊ້ຊີແມນແອສເບສໂຕສທີ່ມີໄຄໂຊໄທເປັນພື້ນຖານໃນອະດີດ ໄດ້ຖືກພິສູດແລ້ວວ່າ ບໍ່ກ່ອກໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບ ຫຼືສິ່ງແວດລ້ອມ.
(ອ້າງອີງ: Dr. Gardner, Ohlson, H.F. Thomas, WHO, Health & Safety Executive, ສະຫະລາຊະອານາຈັກ)
ໄຄໂຊໄທແມ່ນຫຍັງ?
ໄຄຣໂຊໄທລ໌ (Chrysotile) ແມ່ນປະເພດໜຶ່ງຂອງອະສເບສໂຕສ (asbestos) ແລະຢູ່ໃນກຸ່ມແຮ່ອະສເບສໂຕສ. ອະສເບສໂຕສແມ່ນຊື່ທົ່ວໄປທີ່ໃຊ້ຮຽກແຮ່ຊິລິເຄດທີ່ເກີດຂຶ້ນຕາມທຳມະຊາດ ແລະສາມາດແຍກອອກເປັນໃຍທີ່ຍືດຫຍຸ່ນໄດ້.
ອະສເບສໂຕສຖືກແບ່ງອອກເປັນສອງປະເພດຫຼັກຕາມການຈັດປະເພດທາງແຮ່ວິທະຍາ: ເຊີບເພນທີນ (serpentine) ແລະ ແອມຟິໂບລ (amphibole). ການແບ່ງນີ້ຂື້ນກັບປະເພດຂອງຫິນທີ່ກ່ອງຕົວອະສເບສໂຕສ. ປະເພດເຊີບເພນທີນປະກອບມີ: ໄຄຣໂຊໄທລ໌ (chrysotile); ຂະນະທີ່ປະເພດແອມຟິໂບລປະກອບມີ: ອາໂມໄຊທ໌ (amosite), ໂຄຣຊິໂດໄລທ໌ (crocidolite), ເທຣໂມໄລທ໌ (tremolite), ແອນໂທຟິລໄລທ໌ (anthophyllite) ແລະ ແອັກຕິໂນໄລທ໌ (actinolite).
ການໃຊ້ງານໄຄຣໂຊໄທລ໌ມີມາຕັ້ງແຕ່ຫຼາຍກວ່າ 2,000 ປີກ່ອນ ສໍາລັບການນໍາໃຊ້ໃນຊີວິດປະຈໍາວັນຕ່າງໆ, ເຊັ່ນ ວັດຖຸສໍາລັບຜ້າເຜົາສົບ (ໃນຂະບວນການເຜົາສົບ), ໄສ້ຕະເກີບນ້ຳມັນ ແລະອື່ນໆ. ປະເທດຣັດເຊຍ, ອິຕາລີ ແລະ ຄານາດາແມ່ນສາມໃນຈໍານວນປະເທດທຳອິດໃນປະຫວັດສາດທີ່ເລີ່ມການຂຸດຄົ້ນແຮ່ໄຄຣໂຊໄທລ໌ໃນຂະໜາດໃຫຍ່ໃນຊ່ວງຕົ້ນສະຕະວັດທີ 19.